Good Governance in Temple Administration Affecting the Work Effectiveness of Temple Committees in Kaysone Phomvihane City, Savannakhet Province
Keywords:
administrative effectiveness, Good Governance, temple administrative committee, Kaysone Phomvihane CityAbstract
ການສຶກສາຄັ້ງນີ້ມີຈຸດປະສົງຫຼັກ ມີຈຸດປະສົງ 2 ຂໍ້ຄື: 1) ເພື່ອປຽບທຽບລະດັບຄວາມຄິດເຫັນຈຳແນກຕາມປັດໄຈສ່ວນບຸກຄົນ ຕໍ່ປະສິດທິຜົນການເຮັດວຽກຂອງຄະນະບໍລິຫານວັດ ແລະ 2) ເພື່ອວິເຄາະຫຼັກທຳມາພິບານທີ່ສົ່ງຜົນຕໍ່ປະສິດທິຜົນການເຮັດວຽກຂອງຄະນະບໍລິຫານວັດ ໃນນະຄອນໄກສອນພົມວິຫານ.
ການສຶກສາຄັ້ງນີ້ເປັນການວິໄຈເຊີງປະລິມານ (Quantitative Research) ໂດຍກຳນົດເອົານະຄອນໄກສອນພົມວິຫານເປັນພື້ນທີ່ສຶກສາ ກຸ່ມຕົວຢ່າງທີ່ໃຊ້ໃນການຕອບແບບສອບຖາມ ຄືພຣະສົງ ແລະ ສາມະເນນ ຈາກວັດທີ່ມີປະຊາກອນ 10 ອົງຂຶ້ນໄປ ຈຳນວນ 25 ວັດ ລວມທັງໝົດ 230 ອົງ ໂດຍນຳໃຊ້ສູດ Taro Yamane. ໂດຍໃຊ້ທັງສະຖິຕິພັນລະນາ (ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າບ່ຽງເບນມາດຕະຖານ) ແລະ ສະຖິຕິອ້າງອີງ ໄດ້ແກ່ ການທົດສອບຄວາມແປປວນທາງດຽວ t-test, One-way ANOVA/F-test ພ້ອມການທົດສອບຄວາມແຕກຕ່າງລາຍຄູ່ດ້ວຍວິທີ Scheffé Test ແລະ ການວິເຄາະການຖົດຖອຍພະຫຸຄູນ (Multiple Regression Analysis).
ຜົນການສຶກສາພົບວ່າ ປັດໄຈສ່ວນບຸກຄົນດ້ານສະຖານະ, ອາຍຸ ແລະ ພັນສາ ບໍ່ໄດ້ເຮັດໃຫ້ລະດັບຄວາມຄິດເຫັນຕໍ່ປະສິດທິຜົນການເຮັດວຽກແຕກຕ່າງກັນຢ່າງມີຄວາມສຳຄັນທາງສະຖິຕິ ໃນຂະນະທີ່ລະດັບການສຶກສາທາງໂລກ, ປະຣຽນທຳ ແລະ ນັກທຳ ມີຄວາມແຕກຕ່າງກັນ ມີຄວາມສຳຄັນທາງສະຖິຕິທີ່ລະດັບ 0.05 ໃນບາງດ້ານ ແລະ ຫຼັກທຳມາພິບານໂດຍພາບລວມສາມາດພະຍາກອນ ແລະ ສົ່ງຜົນທາງບວກຕໍ່ປະສິດທິຜົນການເຮັດວຽກຂອງຄະນະບໍລິຫານວັດຢ່າງມີຄວາມສຳຄັນທາງສະຖິຕິທີ່ລະດັບ 0.05 ແຕ່ເມື່ອພິຈາລະນາເປັນລາຍດ້ານ ພົບວ່າມີພຽງ 4 ດ້ານເທົ່ານັ້ນທີ່ສົ່ງຜົນຢ່າງມີຄວາມສຳຄັນ ຮຽງລຳດັບຈາກສູງໄປຫາຕ່ຳຄື ຫຼັກຄວາມຮັບຜິດຊອບ, ຫຼັກຄວາມໂປ່ງໃສ, ຫຼັກການມີສ່ວນຮ່ວມ ແລະ ຫຼັກຄວາມຄຸ້ມຄ່າ, ສ່ວນຫຼັກນິຕິທຳ ແລະ ຫຼັກຄຸນນະທຳ ບໍ່ສົ່ງຜົນຢ່າງມີຄວາມສຳຄັນທາງສະຖິຕິ.

