ອິດທິພົນຂອງການຄວບຄຸມການຂາຍຕໍ່ຜົນການປະຕິບັດງານຂອງພະນັກງານຂາຍໃນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ
Keywords:
Activity Control, Capability Control, Outcome Control, Outcome PerformanceAbstract
ການຄົ້ນຄວ້ານີ້ມີຈຸດປະສົງເພື່ອສຶກສາອິດທິພົນຂອງການຄວບຄຸມການຂາຍ ຕໍ່ຜົນການປະຕິບັດງານດ້ານຜົນໄດ້ຮັບຂອງພະນັກງານຂາຍລົດໃຫຍ່ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ກຸ່ມຕົວຢ່າງທີ່ໃຊ້ໃນການວິໄຈປະກອບມີ ຜູ້ຈັດການ, ຜູ້ຊ່ວຍຫົວໜ້າຝ່າຍຂາຍ ແລະ ພະນັກງານຂາຍ ຈາກຫົວໜ່ວຍທຸລະກິດຈຳໜ່າຍລົດໃຫຍ່ ໂດຍນຳໃຊ້ວິທີການສຸ່ມຕົວຢ່າງແບບຫຼາຍຂັ້ນຕອນ. ເຄື່ອງມືທີ່ໃຊ້ໃນການເກັບຮວບຮວມຂໍ້ມູນແມ່ນແບບສອບຖາມ ເຊິ່ງໄດ້ຜ່ານການທົດສອບຄວາມທ່ຽງຕົງ ແລະ ຄວາມເຊື່ອໝັ້ນຢ່າງຮັດກຸມ. ສະຖິຕິທີ່ໃຊ້ນຳໃຊ້ເຂົ້າໃນການວິເຄາະຂໍ້ມູນ ປະກອບມີ ສະຖິຕິພັນລະນາ ແລະ ການວິເຄາະການທົດຖອຍພະຫຸຄູນ. ຜົນການວິໄຈພົບວ່າ: ລະບົບການຄວບຄຸມການຂາຍທຸກຮູບແບບ ສາມາດຮ່ວມກັນອະທິບາຍຄວາມຜັນປ່ຽນຂອງຜົນການປະຕິບັດງານດ້ານຜົນໄດ້ຮັບ ໄດ້ຢ່າງມີໄນສຳຄັນທາງສະຖິຕິ. ເມື່ອພິຈາລະນາອິດທິພົນຂອງແຕ່ລະຕົວປ່ຽນ ພົບວ່າ ທຸກປັດໄຈສົ່ງຜົນກະທົບທາງບວກຕໍ່ຜົນການປະຕິບັດງານດ້ານຜົນໄດ້ຮັບຢ່າງມີໄນສຳຄັນທາງສະຖິຕິທັງໝົດ. ໂດຍປັດໄຈທີ່ມີອິດທິພົນສົ່ງຜົນກະທົບຫຼາຍທີ່ສຸດ ແມ່ນການຄວບຄຸມຄວາມສາມາດໃນການປະຕິບັດງານ, ຮອງລົງມາແມ່ນການຄວບຄຸມກິດຈະກຳໃນການປະຕິບັດງານ ແລະ ປັດໄຈທີ່ມີອິດທິພົນສົ່ງຜົນໜ້ອຍທີ່ສຸດ ແມ່ນການຄວບຄຸມຜົນໄດ້ຮັບໃນການປະຕິບັດງານ ຕາມລຳດັບ. ນອກຈາກນີ້ ຜົນການທົດສອບຄວາມສຳພັນກັນເອງລະຫວ່າງຕົວປ່ຽນອິດສະຫຼະ ພົບວ່າບໍ່ເກີດບັນຫາຄວາມສຳພັນກັນເອງໃນລະດັບທີ່ສູງເກີນໄປ. ຜົນການວິໄຈສະທ້ອນໃຫ້ເຫັນວ່າ ອົງກອນຄວນມຸ່ງເນັ້ນການພັດທະນາ ແລະ ເສີມສ້າງຂີດຄວາມສາມາດຂອງພະນັກງານຂາຍເປັນຫຼັກ ຄຽງຄູ່ກັບການຄຸ້ມຄອງ ແລະ ສົ່ງເສີມກິດຈະກຳການເຮັດວຽກຢ່າງເໝາະສົມ ເພື່ອຍົກລະດັບຜົນການປະຕິບັດງານໃຫ້ມີປະສິດທິພາບ ແລະ ສ້າງຄວາມໄດ້ປຽບໃນການແຂ່ງຂັນທາງທຸລະກິດຢ່າງຍືນຍົງ.

