Factors Affecting the Work Efficiency of Government Employees in Xayphouthong District, Savannakhet Province

Authors

  • Pakaysith SATHOUPHANH Author
  • Khoun SAKBOUAVONG Author
  • Thongsa TOUNMANISONE Author

Keywords:

Motivation Factors, Hygiene Factors, Work Efficiency, Civil Servants

Abstract

ການສຶກສາຄັ້ງນີ້ມີຈຸດປະສົງເພື່ອ: 1) ສຶກສາລະດັບປະສິດທິພາບໃນການປະຕິບັດວຽກງານຂອງພະນັກງານລັດຖະກອນຢູ່ໃນ ເມືອງໄຊພູທອງ ແຂວງສະຫວັນນະເຂດ, 2) ປຽບທຽບຄວາມຄິດເຫັນຕໍ່ປະສິດທິພາບໃນການປະຕິບັດວຽກງານ ຈຳແນກຕາມປັດໄຈສ່ວນ ບຸກຄົນ ແລະ 3) ວິເຄາະອິດທິພົນຂອງປັດໄຈຈູງໃຈ ແລະ ປັດໄຈຄ້ຳຈູນ ທີ່ມີຕໍ່ປະສິດທິພາບໃນການປະຕິບັດວຽກງານ. ປະຊາກອນທີ່ໃຊ້ໃນການສຶກສາຄັ້ງນີ້ ຄື ພະນັກງານລັດຖະກອນຢູ່ໃນເມືອງໄຊພູທອງ ຈຳນວນ 592 ທ່ານ ແລະ ກຳນົດກຸ່ມຕົວຢ່າງຈຳນວນ 239 ທ່ານ ໂດຍໃຊ້ສູດຂອງ Taro Yamane. ເຄື່ອງມືທີ່ໃຊ້ໃນການເກັບລວບລວມຂໍ້ມູນແມ່ນແບບສອບຖາມ ທີ່ມີຄ່າຄວາມເຊື່ອໝັ້ນ Cronbach's Alpha ເທົ່າກັບ 0.916. ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນ ໄດ້ແກ່: ຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ການທົດສອບຄ່າ t (t-test), ການທົດສອບຄ່າ F (One-way ANOVA) ແລະ ການວິເຄາະການຖົດຖອຍພະຫຸຄູນ (Multiple Regression Analysis). ຜົນການສຶກສາພົບວ່າ: ລະດັບປະສິດທິພາບໃນການປະຕິບັດວຽກງານ ໂດຍພາບລວມທຸກດ້ານແມ່ນຈັດຢູ່ໃນ ລະດັບຫຼາຍທີ່ສຸດ (  = 4.55, S.D. = 0.25). ເມື່ອພິຈາລະນາເປັນລາຍດ້ານພົບວ່າ ດ້ານທີ່ມີຄ່າສະເລ່ຍສູງສຸດຄື ດ້ານປະລິມານວຽກງານ (  = 4.60, S.D. = 0.22), ຮອງລົງມາແມ່ນດ້ານໄລຍະເວລາ (  = 4.58, S.D. = 0.34), ດ້ານການບໍລິຫານງົບປະມານ (  = 4.53, S.D. = 0.40) ແລະ ດ້ານຄຸນນະພາບຂອງວຽກງານ (  = 4.49, S.D. = 0.31). ຜົນການປຽບທຽບພົບວ່າ ພະນັກງານລັດຖະກອນທີ່ມີອາຍຸ, ລະດັບການສຶກສາ, ປະເພດຕຳແໜ່ງງານ ແລະ ໄລຍະເວລາໃນການປະຕິບັດວຽກງານ ທີ່ແຕກຕ່າງກັນ ມີຄວາມຄິດເຫັນຕໍ່ປະສິດທິພາບ ໃນການປະຕິບັດວຽກງານ ແຕກຕ່າງກັນ ຢ່າງມີຄວາມສຳຄັນທາງສະຖິຕິທີ່ລະດັບ 0.05, ຍົກເວັ້ນປັດໄຈດ້ານເພດ ທີ່ບໍ່ມີຄວາມແຕກຕ່າງກັນ (p = 0.198). ປັດໄຈຈູງໃຈ ໂດຍພາບລວມມີອິດທິພົນ ແລະ ສາມາດຮ່ວມກັນພະຍາກອນປະສິດທິພາບໃນການປະຕິບັດວຽກງານ ໄດ້ຢ່າງມີຄວາມສຳຄັນທາງສະຖິຕິ ຮ້ອຍລະ 49.00 (R² = 0.490) ໂດຍດ້ານລັກສະນະຂອງວຽກມີອິດທິພົນຫຼາຍທີ່ສຸດ (β = 0.313), ຮອງລົງມາແມ່ນດ້ານຄວາມສຳເລັດຂອງວຽກງານ (β = 0.226). ປັດໄຈຄ້ຳຈູນ ໂດຍພາບລວມມີອິດທິພົນ ແລະ ສາມາດຮ່ວມກັນພະຍາກອນ ປະສິດທິພາບໃນການປະຕິບັດວຽກງານໄດ້ຢ່າງມີຄວາມສຳຄັນທາງສະຖິຕິ ຮ້ອຍລະ 57.90 (R² = 0.579) ໂດຍດ້ານຄວາມສຳພັນລະຫວ່າງບຸກຄົນ ສົ່ງຜົນຕໍ່ປະສິດທິພາບຫຼາຍທີ່ສຸດ (β = 0.434), ຮອງລົງມາແມ່ນດ້ານສະຫວັດດີການ ແລະ ຄ່າຕອບແທນ (β = 0.169).

 

Downloads

Published

2026-10-09