Factors Affecting Organizational Commitment of Employees at Banque pour le Commerce Exterieur Lao Public (BCEL)

ປັດໄຈທີ່ສົ່ງຜົນຕໍ່ຄວາມຜູກພັນໃນອົງກອນຂອງພະນັກງານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທົ່ວລະບົບ

##article.authors##

  • Khantavanh BOUDDAVONG Faculty of Business Administration, Savannakhet University ##default.groups.name.author##
  • Khamkeo MANYVONG ##default.groups.name.author##
  • Manichanh XAIYAVONG ##default.groups.name.author##

##semicolon##

Organizational Commitment, Motivator Factors, Hygiene Factors, Environmental Factors, Banque pour le Commerce Exterieur Lao Public (BCEL).

##article.abstract##

ຈຸດປະສົງໃນການສຶກສາຄັ້ງນີ້ (1) ເພື່ອວິເຄາະລະດັບຄວາມຜູກພັນຕໍ່ອົງກອນຂອງພະນັກງານທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທົ່ວລະບົບ ແລະ (2) ເພື່ອວິເຄາະປັດໄຈທີ່ສົ່ງຜົນຕໍ່ຄວາມຜູກພັນໃນອົງກອນຂອງພະນັກງານທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທົ່ວລະບົບ. ໂດຍນຳໃຊ້ວິທີການຄົ້ນຄວ້າແບບປະລິມານ, ເກັບກຳຂໍ້ມູນຈາກກຸ່ມຕົວຢ່າງຈຳນວນ 338 ຄົນ ຈາກປະຊາກອນທັງໝົດ 2,201 ຄົນ, ໂດຍນຳໃຊ້ວິທີການແຈກ ຢາຍກຸ່ມຕົວຢ່າງຕາມສັດສ່ວນ ຄວບຄຸມ 21 ພາກສ່ວນ (ສຳນັກງານໃຫຍ່ ແລະ 20 ສາຂາ) ທົ່ວລະບົບ ນຳໃຊ້ແບບສອບຖາມທີ່ຜ່ານການກວດສອບຄວາມສອດຄ່ອງດ້ານເນື້ອຫາ (IOC) ຈາກຜູ້ຊ່ຽວຊານ ແລະ ຜ່ານການທົດສອບຄວາມເຊື່ອໝັ້ນ (Cronbach's Alpha), ວິເຄາະຂໍ້ມູນດ້ວຍສະຖິຕິພັນລະນາ (ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ) ແລະ ສະຖິຕິການຖົດຖອຍພະຫຸຄູນ (Multiple Regression Analysis), ນໍາໃຊ້ໂປຣແກຣມ SPSS ໃນການຄໍານວນຫາຄ່າສະຖິຕິ. ຜົນການສຶກສາພົບວ່າ: ຂໍ້ມູນທົ່ວໄປຂອງຜູ້ຕອບແບບສອບຖາມສ່ວນໃຫຍ່ແມ່ນ ເພດຊາຍ, ມີອາຍຸລະຫວ່າງ 36 - 45 ປີ, ລະດັບການສຶກສາປະລິນຍາຕີ, ອາຍຸການເຮັດວຽກລະຫວ່າງ 16 - 20 ປີ ແລະ ຕໍາແໜ່ງພະນັກງານວິຊາການ. ວິເຄາະລະດັບຄວາມສໍາຄັນຂອງປັດໄຈທີ່ສົ່ງຜົນຕໍ່ຄວາມຜູກພັນ ພົບວ່າ ພະນັກງານໃຫ້ຄວາມສໍາຄັນຢູ່ໃນະດັບຫຼາຍທີ່ສຸດ ( = 4.26) ໂດຍສະເພາະດ້ານຄວາມສໍາເລັດໃນການເຮັດວຽກ ( = 4.38) ແລະ ດ້ານຄວາມໝັ້ນຄົງໃນວຽກງານ ( = 4.38). ວິເຄາະລະດັບຄວາມຜູກພັນຂອງພະນັກງານ ພົບວ່າ ພະນັກງານມີລະດັບຄວາມຜູກພັນໃນອົງກອນຢູ່ໃນລະດັບຫຼາຍທີ່ສຸດ ( = 4.49) ໂດຍສະເພາະດ້ານຄວາມພູມໃຈ ແລະ ຄວາມຈົງຮັກພັກດີຕໍ່ອົງກອນ ( = 4.60), ຮອງລົງມາແມ່ນດ້ານຄວາມຕັ້ງໃຈໃນການປະຕິບັດວຽກງານເພື່ອໃຫ້ບັນລຸວັດຖຸປະສົງຂອງອົງກອນ ( = 4.47) ແລະ ດ້ານການຄົງຢູ່ເປັນສະມາຊິກ ແລະ ເປັນສ່ວນໜຶ່ງຂອງອົງກອນ ( = 4.41). ຜົນການວິເຄາະການຖົດຖອຍພະຫຸຄູນ ພົບວ່າ ຕົວປ່ຽນອິດສະຫຼະສາມາດອະທິບາຍຄວາມຜັນແປຂອງຄວາມຜູກພັນຕໍ່ອົງກອນໄດ້ 71.3% (R²= 0.713) ໂດຍມີ 7 ປັດໄຈ ທີ່ສົ່ງຜົນຢ່າງມີຄວາມສໍາຄັນທາງສະຖິຕິ (Sig. < 0.05) ກໍ່ຄື: ດ້ານຄວາມສໍາເລັດ, ດ້ານຄວາມໝັ້ນຄົງໃນວຽກງານ, ດ້ານຄວາມສໍາພັນກັບເພື່ອນຮ່ວມງານ, ດ້ານນະໂຍບາຍ ແລະ ການບໍລິຫານ ແລະ ດ້ານຄວາມປອດໄພ ມີອິດທິພົນທາງບວກຕໍ່ຄວາມຜູກພັນອົງກອນ, ສ່ວນດ້ານການໄດ້ຮັບການຍອມຮັບ ແລະ ອາຍຸການເຮັດວຽກ 11-15 ປີ ມີອິດທິພົນທາງລົບຕໍ່ຄວາມຜູກພັນອົງກອນ, ຜົນການສຶກສານີ້ ສາມາດນໍາໄປໃຊ້ເປັນຂໍ້ມູນປະກອບການກຳນົດຍຸດທະສາດການບໍລິຫານຊັບພະຍາກອນມະນຸດ ເພື່ອເສີມສ້າງຄວາມຜູກພັນຕໍ່ອົງກອນຂອງພະນັກງານໃຫ້ມີປະສິດທິພາບຫຼາຍຂຶ້ນ.

##submission.downloads##

##submissions.published##

2026-10-09