Approaches to Developing Administrative Capacity for the Lao Women's Union Organization at the District Level: A Case Study of Kaisone Phomvihane District, Savannakhet Province

ແນວທາງໃນການພັດທະນາສັກກະຍະພາບທາງດ້ານການບໍລິຫານ ໃຫ້ແກ່ອົງການຈັດຕັ້ງສະຫະພັນແມ່ຍິງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ

##article.authors##

  • Orathai CHANCITY ##default.groups.name.author##
  • Kaysone XAYYALATH ##default.groups.name.author##
  • Oun KONGTHON ##default.groups.name.author##

##semicolon##

ແນວທາງ, ການພັດທະນາ, ສັກກະຍະພາບ, ການບໍລິຫານ

##article.abstract##

ໃນການສຶກສາ ແນວທາງໃນການພັດທະນາສັກກະຍະພາບທາງດ້ານການບໍລິຫານ ໃຫ້ແກ່ອົງການຈັດຕັ້ງສະຫະພັນແມ່ຍິງ ນະຄອນໄກສອນພົມວິຫານໃນຄັ້ງນີ້ ມີຈຸດປະສົງໃນການສຶກສາ 1) ເພື່ອປຽບທຽບປັດໃຈສ່ວນບຸກ ຄົນ ຕໍ່ກັບສັກກະພາບໃນການບໍລິຫານ 2) ເພື່ອວິເຄາະສະພາບການບໍລິຫານປັດຈຸບັນ ຂອງອົງການຈັດຕັ້ງສະຫະພັນແມ່ຍິງນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເພື່ອຊອກຫາຈຸດແຂງ ແລະ ຂໍ້ຈໍາກັດໃນການບໍລິຫານ 3) ເພື່ອກຳນົດແນວທາງໃນການພັດທະນາສັກກະຍະພາບ ໃນດ້ານການບໍລິຫານ ໃຫ້ແກ່ອົງການເພື່ອຍົກລະດັບປະສິດ ທິພາບ ແລະ ຄວາມເຂັ້ມແຂງໃນການດໍາເນີນວຽກ ໂດຍສຶກສາໃນ 7 ດ້ານຄື: ດ້ານຍຸດທະສາດ, ດ້ານໂຄງສ້າງອົງການຈັດຕັ້ງ, ດ້ານລະບົບການປະຕິບັດງານ, ດ້ານຮູບແບບການບໍລິຫານ, ດ້ານບຸກຄະລາກອນ, ດ້ານທັກສະຄວາມສາມາດ ແລະ ດ້ານຄ່ານິຍົມຮ່ວມ ກຸ່ມຕົວຢ່າງທີ່ໃຊ້ໃນການສຶກສາ ແມ່ນໄດ້ກຳນົດເອົາສະເພາະບັນດາສະຫະພັນແມ່ຍິງ ໂດຍຜູ້ທີ່ເປັນພະນັກງານຮາກຖານຂອງອົງການຈັດຕັ້ງສະຫະພັນແມ່ຍິງ ໃນຂອບເຂດນະຄອນໄກສອນພົມວິ ຫານ ແຂວງສະຫວັນນະເຂດ ຈຳນວນ 96 ຄົນ ເກັບກຳຂໍ້ມູນໂດຍການໃຊ້ແບບສອບຖາມ ແລະ ນຳມາວິເຄາະດ້ວຍໂປຣແກຣມສຳເລັດຮູບ SPSS ສະຖິຕິທີ່ໃຊ້ໃນການວິເຄາະປະກອບດ້ວຍ ຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສຳປະສິດການແຈກຢາຍ ແລະ ສະຖິຕິທົດສອບ T – test ແລະ F – test ຜົນການວິເຄາະຂໍ້ມູນສາມາດສະຫຼຸບໄດ້ດັ່ງນີ້

         ສະມາຊິກຂອງອົງກອນສະຫະພັນແມ່ຍິງນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ແມ່ນເປັນເພດທັງໝົດ, ສ່ວນຫຼາຍແມ່ນມີອາຍຸແຕ່ 41 – 50 ປີ, ມີການສຶກສາຢູ່ໃນລະດັບປະລິນຍາຕີ, ມີສະຖານະພາບທີ່ແຕ່ງງານແລ້ວ, ເປັນຜູ້ທີ່ເຄີຍມີການເຂົ້າຮ່ວມການຝຶກອົບຮົມ, ມີປະສົບການເຮັດວຽກຫຼາຍກວ່າ 15 ປີ ແລະ ເປັນຜູ້ທີ່ມີລາຍໄດ້ 3,000,000 ຫາ 5,000,000 ກີບ/ເດືອນ

         ຜົນການວິເຄາະຂໍ້ມູນສະພາບການບໍລິຫານ ຂອງອົງການສະຫະພັນແມ່ຍິງ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໂດຍລວມ ພົບວ່າ ຢູ່ໃນລະດັບຫຼາຍ ແຕ່ເມື່ອສຶກສາໃນແຕ່ລະດ້ານພົບວ່າ ຢູ່ໃນລະດັບຫຼາຍທຸກດ້ານ ເຊິ່ງດ້ານການນຳພາ ແລະ ການສື່ສານ ມີຄ່າສະເລ່ຍສູງສຸດ, ຮອງລົງມາແມ່ນດ້ານການບໍລິຫານຊັບ ພະຍາ ກອນມະນຸດ, ດ້ານການຕິດຕາມ ແລະ ການປະເມີນຜົນ ແລະ ດ້ານການວາງໂຄງສ້າງອົງການ

         ຜົນການປຽບທຽບໄຈສ່ວນບຸກຄົນ ກັບສັກກະຍະພາບໃນການບໍລິຫານ ຂອງອົງການສະຫະພັນແມ່ຍິງ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ພົບວ່າ ສະມາຊິກຂອງອົງກອນສະຫະພັນແມ່ຍິງທີ່ມີກຸ່ມ (ສະ ຖານະພາບ, ການຝຶກອົບຮົມ) ທີ່ແຕກຕ່າງກັນ ມີຄວາມຄິດເຫັນຕໍ່ສັກກະຍະພາບດ້ານການບໍລິຫານ ບໍ່ແຕກຕ່າງກັນ ທາງດ້ານສະຖິຕິທີ່ລະດັບ 0.05 ສ່ວນໃນກຸ່ມທີ່ມີ (ອາຍຸ, ການສຶກສາ, ປະສົບການເຮັດວຽກ, ລາຍໄດ້ຕໍ່ເດືອນ) ທີ່ແຕກຕ່າງກັນ ແມ່ນມີຄວາມຄິດເຫັນຕໍ່ສັກກະຍະພາບທາງດ້ານການບໍລິຫານ ແຕກຕ່າງກັນ

##submission.downloads##

##submissions.published##

2026-10-09